ການພັດທະນາຄູຫຼັກພາສາອັງກິດໃນລະດັບພູມີພາກ (Boot Camp)
ໜ່ວຍສຶກສານິເທດ ສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ
- ຫຼັກການ ແລະ ເຫດຜົນ
ພາສາອັງກິດ ຄືເປັນປັດໄຈທີ່ສຳຄັນໃນການຍົກລະດັບຂີດຄວາມສາມາດຂອງເຍົາວະຊົນໄທທີ່ເປັນກຳລັງຂັບເຂື່ອນຫຼັກໃນການພັດທະນາປະເທດ ແລະ ຜູ້ໃຊ້ແຮງງານໃນອະນາຄົດທີ່ຈະກ້າວເຂົ້າສູ່ການແຂ່ງຂັນໃນຕະລາດແຮງງານໃນອະນາຄົດທີ່ຈະກ້າວເຂົ້າສູ່ການແຂ່ງຂັນໃນລະດັບພູມີພາກ ແລະ ລະດັບນານາຊາດ ເຊິ່ງນັບມື້ນັບຍິ່ງມີການແຂ່ງຂັນທີ່ສູງຂື້ນ. ດັ່ງນັ້ນ, ລັດຖະບານໄທຈິ່ງມີນະໂຍບາຍໃນການພັດທະນາທັກສະພາສາອັງກິດໃຫ້ແກ່ເຍົາວະຊົນໄທ.
ຈາກຄວາມສຳຄັນດັ່ງກ່າວ ກະຊວງສຶກສາທິການໂດຍ ນາຍົກລັດຖະມົນຕີ ວ່າການກະຊວງສຶກສາທິການ
ພົນເອກ ດາວພົງສ໌ ຣັຕະນະສຸວັນ ຈິ່ງໄດ້ລົງນາມບັນທຶກຄວາມເຂົ້າໃຈຮ່ວມ (MOU) ກັບສະຖານທູດອັງກິດປະຈຳປະເທດໄທ ໂດຍເອກອັກຄະຣະຊະທູດອັງກິດ ປະຈຳປະເທດໄທ ແລະ ພະນະທ່ານ Brain Davison ໃນການຈັດຈ້າງ British Council ເພື່ອຈັດຝຶກອົບຮົມໃຫ້ແກ່ຄູຜູ້ສອນພາສາອັງກິດໃນລະດັບການສຶກສາຂັ້ນພື້ນຖານ. ໃນສູນຝຶກອົບຮົມຄູພາສາອັງ ກິດລະດັບພູມີພາກ (Boot Camp) ລວມທັງ 4 ພາກຂອງປະເທດ. ໃນເບື້ອງຕົ້ນໄດ້ຈັດຕັ້ງສູນ ຈຳນວນ 4 ສູນ ໃນເດືອນຕຸລາ ພ.ສ. 2559 ປີງົບປະມານ 2560 ຕ່ໍມາ
ນາຍແພດ ທີຣະກຽດ ຈະເລີນເສຖະສິລປ໌ ລັດຖະມົນຕີວ່າການກະຊວງສຶກສາທິການ ມີນະໂຍບາຍໃຫ້ຂະຫຍາຍຜົນສູນຝຶກອົບຮົມພາສາອັງກິດລະດັບພູມີພາກ ໃຫ້ຈັດຕັ້ງເພີ່ມອີກ 8 ສູນ ໃນປີງົບປະມານດຽວກັນ ໂດຍຈັດຕັ້ງສູນຝຶກອົບຮົມຄູໃນໂຮງຮຽນມັດທະຍົມສຶກສາປະຈຳຈັງຫວັດ ແລະ ໃນປີງົບປະມານ 2561 ເປີດສູນເພີ່ມເຕີມຈຳນວນ 3 ສູນ ຈັດຕັ້ງໃນມະຫາວິທະຍາໄລຣາຊະພັດ.
ລວມທັງໝົດ 15 ສູນ ທົ່ວປະເທດ ກຸ່ມເປົ້າໝາຍ ໄດ້ແກ່ ຄູຜູ້ສອນພາສາອັງກິດລະດັບປະຖົມສຶກສາ ແລະ ມັດທະຍົມສຶກສາ ສັງກັດສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ເພື່ອຍົກລະດັບຄວາມສາມາດທາງດ້ານພາສາອັງກິດ ແລະ ເຕັກນິກການສອນພາສາອັງກິດຕາມແນວທາງການສອນ Communicative Approach ຢ່າງເຂັ້ມແຂງຈາກວິທະຍາກອນຊາວຕ່າງປະເທດ ແລະ ຜູ້ຊ່ຽວຊານດ້ານການສອນພາສາອັງກິດທີ່ມີຄຸນນະພາບມາດຕະຖານສາກົນ ປະຈຳສູນ ສູນລະ 3 ຄົນ ໂດຍມີຈຳນວນຜູ້ເຂົ້າຮ່ວມຝຶກອົບຮົມລຸ້ນລະ 75 ຄົນ. ຝຶກອົບຮົມໃນໄລຍະເວລາ 3 ອາທິດ ໂດຍມີການຝຶກອົບຮົມປະມານ 10 ລຸ້ນ ໃນໄລຍະເວລາ 1 ປີ.
ຈາກຜົນການດຳເນີນງານ ດັ່ງກ່າວ ໄດ້ມີການວິເຄາະ ແລະ ສະຫຼຸບຜົນການດຳເນີນງານ ເພື່ອໃຫ້ເກີດມີປະສິດທິພາບດີຂື້ນ ລັດຖະມົນຕີກະຊວງສຶກສາທິການ ໄດ້ມີນະໂຍບາຍໃຫ້ຍ້າຍສູນຝຶກອົບຮົມທີ່ຕັ້ງຢູ່ໂຮງຮຽນມັດທະຍົມສຶກສາປະຈຳຈັງຫວັດ ຈຳນວນ 12 ລຸ້ນ ໄປຢູ່ໃນມະຫາວິທະຍາໄລຣາຊະພັດ ເພື່ອໃຫ້ເກີດການບູລະນາການການທຳງານຮ່ວມກັນ ລະຫວ່າງໜ່ວຍງານໃນສັງກັດກະຊວງສຶກສາທິການ. ດັ່ງນັ້ນ, ໃນປັດຈຸບັນສູນຝຶກອົບຮົມຄູພາສາອັງກິດໃນລະດັບພູມີພາກຈິ່ງມີທີີ່ຕັ້ງໃນມະຫາວິທະຍາໄລຣາຊະພັດທັງໝົດ.
ນອກຈາກນີ້, ກະຊວງສຶກສາທິການຕັ້ງເປົ້າໝາຍໃນຄູກຸ່ມ Master Trainer ຈຳນວນ 46 ຄົນ ຈາກໂຄງການຝຶກອົບຮົມພັດທະນາຄູຝຶກຫຼັກດ້ານການຮຽນ-ການສອນພາສາອັງກິດໃນປະງົບປະມານ 2559 – 2560 ມາເຂົ້າຮ່ວມພັດທະນາ ໂດຍໃຫ້ມີບົດບາດເປັນວິທະຍາກອນຮ່ວມກັບວິທະຍາກອນຊາວຕ່າງປະເທດໃນສູນທີ່ຕັ້ງຂື້ນ. ທັງນີ້, ການຈັດຕັ້ງສູນຝຶກອົບຮົມດັ່ງກ່າວທຸກພູມີພາກຈະຊ່ວຍກະຈາຍສູນຝຶກອົບຮົມ ແລະ ອຳນວຍຄວາມສະດວກໃຫ້ແກ່ຄູ ໃຫ້ສາມາດເຂົ້າຮັບການຝຶກອົບຮົມໃນສູນທີ່ໃກ້ກັບເຂດທີ່ຄູປະຕິບັດງານຂອງຕົນເອງ ເພື່ອໃຫ້ຄູທີ່ຜ່ານການຝຶກອົບຮົມປ່ຽນແປງພຶດຕິກຳການສອນ ແລະ ສາມາດນຳຄວາມຮູ້ທີ່ໄດ້ຮັບໄປປະຍຸກໃຫ້ໃນການຈັດການຮຽນ-ການສອນໃຫ້ແກ່ນັກຮຽນໄດ້ຢ່າງມີປະສິດທິພາບບັນລຸເປົ້າໝາຍຂອງຫຼັກສູດ.
- ວັດຖຸປະສົງ
- ເພື່ອພັດທະນາ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈເຕັກນິກການຈັດການຮຽນ-ການສອນຮູບແບບ Communicative Approach ຂອງຄູສອນພາສາອັງກິດໃນສັງກັດສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານທົ່ວປະເທດ.
- ເພື່ອພັດທະນາ ແລະ ຍົກລະດັບພາສາອັງກິດຂອງຄູສອນພາສາອັງກິດສັງກັດສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານທົ່ວປະເທດ.
- ເພື່ອຍົກລະດັບສັກກະຍາພາບການເປັນວິທະຍາກອນສຳລັບຄູຝຶກຫຼັກ Master Trainers ໃຫ້ສາມາດດຳເນີນການຈັດຝຶກອົບຮົມໃນຮູບແບບ Communicative Approach ໄດ້ດ້ວຍຕົນເອງ ແລະ ເກີດການພັດທະນາທີ່ຍືນຍົງ.
- ເພື່ອສຶກສາປັດໄຈທີ່ສົ່ງຜົນຕໍ່ຄວາມສຳເລັດ ແລະ ແນວທາງການປັບປຸງການຝຶກອົບຮົມໃນສູນຝຶກອົບຮົມຄູພາສາອັງກິດລະດັບພູມີພາກ
- ເປົ້າໝາຍ
- ຄູສອນພາສາອັງກິດຜ່ານການຝຶກອົບຮົມຈາກສູນຝຶກອົບຮົມພາສາອັງກິດໃນລະດັບພູມີພາກໃນປີງົບປະມານ 2560 ໄລ ຍະທີ 1 ຈຳນວນ 900 ຄົນ. ໄລຍະທີ 2 ຈຳນວນ 2,400 ຄົນ, ແລະ ໄລຍະທີ 3 ຈຳນວນ 2,700 ຄົນ. ລວມທັງໝົດ 6,000 ຄົນ ແລະ ປີງົບປະມານ 2561 ຈຳນວນ 11, 250 ຄົນ.
- ຜູ້ເຂົ້າຮັບການຝຶກອົບຮົມມີຄວາມຮູ້, ຄວາມສາມາດເພີ່ມຂື້ນໃນທັກສະພາສາອັງກິດດ້ານ ການຟັງ, ການອ່ານ, ແລະ ການຂຽນ. ລວມທັງເຕັກນິກການຈັດການຮຽນ-ການສອນຕາມຮູບແບບ Communicative Approach ແລະ ສາມາດນຳຄວາມຮູ້, ແນວຄິດ, ແລະ ແຮງບັນດານໃຈທີ່ໄດ້ຮັບຈາກການຝຶກອົບຮົມໄປປ່ຽນແປງໃຊ້ໃນການຈັດການຮຽນ-ການສອນວິຊາພາສາອັງກິດໃນໂຮງຮຽນຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ເປັນຮູບປະທຳ.
- ວິທະຍາກອນຊາວໄທປະຈຳສູນຝຶກອົບຮົມ Master Trainer ໄດ້ຮັບການຝຶກຝົນພັດທະນາສັກກະຍະພາບການເປັນວິທະຍາກອນ ເພື່ອໃຫ້ສາມາດດຳເນີນການຈັດຝຶກອົບຮົມການຮຽນ-ການສອນຕາມຮູບແບບ Communicative Approach ໄດ້ດ້ວຍຕົນເອງ ເພື່ອນຳໄປສູ່ການພັດທະນາບຸກຄະລາກອນຄູພາສາອັງກິດໃນສັງກັດສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ.
- ໜ່ວຍງານ/ຜູ້ຮັບຜິດຊອບ
ໜ່ວຍງານຮັບຜິດຊອບຫຼັກ ໜ່ວຍງານສຶກສານິເທດ ສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ກະຊວງສຶກສາທິການ. ຂອບແນວທາງໃນການດຳເນີນການຝຶກອົບຮົມຄູຝຶກຫຼັກພາສາອັງກິດໃນລະດັບພູມີພາກ (Boot Camp)
- ຫຼັກສູດການຝຶກອົບຮົມ
ຫຼັກສູດການຝຶກອົບຮົມຄູຝຶກຫຼັກພາສາອັງກິດໃນລະດັບພູມີພາກ (Boot Camp) ສຳລັບຄູສອນພາສາອັງກິດ ໂດຍຄວາມຮ່ວມມືລະຫວ່າງສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ກະຊວງສຶກສາທິການ ແລະ ສະຖານທູດອັງກິດປະຈຳປະເທດໄທ ໂດຍບໍລິສັດ ບຣິດຕິຊ ເຄົ້າຊິລ ປະເທດໄທ ຈຳນວນ 3 ຫຼັກສູດ ດັ່ງນີ້:
- ຫຼັກສູດການພັດທະນາວິທະຍາກອນຫຼັກດ້ານການຈັດການຮຽນ-ການສອນ ເພື່ອການສື່ສານໃນລະດັບພູມີພາກ (Master Trainer) ໄລຍະເວລາ 4 ອາທິດ ເພື່ອພັດທະນາຄວາມຮູ້ຂອງວິທະຍາກອນຫຼັກດ້ານການຈັດການຮຽນ-ການສອນພາສາອັງກິດເພື່ອການສື່ສານກ່ຽວກັບເເນວຄິດ, ວິທີການໃນການຈັດການຮຽນຮູ້ພາສາອັງກິດທີ່ເນັ້ນການສື່ສານພາຍໃຕ້ຂອບ CEFT ແລະ ເພື່ອເສີມສ້າງສັກກະຍະພາບໃນການຂະຫຍາຍຜົນໃຫ້ແກ່ຄູໃນສູນພັດທະນາການຮຽນ-ການສອນພາສາອັງກິດລະດັບພູມີພາກ.
- Communicative Language Teaching
- Confidence-Building Speaking Activities
- Learner-centered Classrooms
- Speaking Activities
- Planning a task-based Lesson
- Professional Language Community
ໂດຍຜ່ານກິດຈະກຳທີ່ຫຼາກຫຼາຍ ປະກອບດ້ວຍ Teaching Analysis, Brainstorming, Group Discussions, Theoretical Lectures, Actual Practice, Reflection, Presentation and Discussion.
- ຫຼັກສູດການພັດທະນາຄູສອນພາສາອັງກິດລະດັບປະຖົມສຶກສາ (Boot Camp) ໄລຍະເວລາ 3 ອາທິດ
ອາທິດທີ 1
- Get to Know You and Lesson Planning
- Teaching Vocabulary
- Language Use and Instruction for Primary
- Micro-teaching
- Getting Attention and Signaling
- Teaching Reading
ອາທິດທີ 2
2.1 Teacher Language and Language Practice Activities
2.2 Teaching Speaking
2.3 Maximizing Speaking and Micro-teaching
2.4 Interaction Patterns
2.5 Grammar for Primary
ອາທິດທີ 3
- Motivating Learners and Listening
- Teaching Writing
- Errors Correction
- Giving Instructions
- Planning Skills Lessons
- Review
- ຄະນະວິທະຍາກອນ
ວິທະຍາກອນຊາວຕ່າງປະເທດທີ່ມີຄວາມຊ່ຽວຊານ ດ້ານການພັດທະນາພາສາອັງກິດ ແລະ ເຕັກນິກການສອນ ຕາມມາດຕະ ຖານຂອງບໍລິສັດ ບີຊີ ອອພເພອະເຣຊັນ (ປະເທດໄທ) ຈຳກັດ ເຊິ່ງມີຄຸນສົມບັດ ຄື ຜູ້ຊ່ຽວຊານຊາວຕ່າງປະເທດເຊິ່ງໄດ້ຮັບວຸດທິບັດ CELTA (Certificate in Teaching English to Speakers of Other Language) ຈາກສະຖານບັນ Cambridge English ດ້ານການສອນພາສາອັງກິດ. ລວມທັງມີປະສົບການດ້ານການຝຶກອົບຮົມຄູມາກ່ອນ.
- ຄຸນສົມບັດຜູ້ເຂົ້າຮັບການຝຶກອົບຮົມຄູຝຶກຫຼັກພາສາອັງກິດໃນລະດັບພູມີພາກ (Boot Camp)
ຫຼັກສູດການພັດທະນາຄູຝຶກຫຼັກພາສາອັງກິດໃນລະດັບພູມີພາກ ມີເກນຄຸນສົມບັດຜູ້ເຂົ້າຮັບການຝຶກອົບຮົມ ດັ່ງນີ້:
- ຄູຜູ້ສອນພາສາອັງກິດທີ່ສອນລະດັບຊັ້ນປະຖົມສຶກສາ ແລະ ລະດັບຊັ້ນມັດທະຍົມສຶກສາ ສັງກັດສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ໂດຍ
- ເປັນຄູສອນພາສາອັງກິດທີ່ຮຽນຈົບວິຊາເອກພາສາອັງກິດ ຫຼື
- ເປັນຄູສອນພາສາອັງກິດບໍ່ໄດ້ຮຽນຈົບວິຊາເອກພາສາອັງກິດ ແຕ່ມີຄວາມຮັກ, ມີຄວາມສົນໃຈໃນການພັດ ທະນາການຈັດການຮຽນ-ການສອນພາສາອັງກິດ ຫຼື
- ເປັນຄູຜູ້ສອນພາສາອັງກິດທີ່ເປັນຜູ້ປະສານງານສູນ PERT ຫຼື ສູນ ERIC
- ຄູຜູ້ສອນພາສາອັງກິດຕາມຄຸນສົມບັດຕາມຂໍ້ທີ 1 ອາຍູບໍ່ເກີນ 59 ປີ
- ການສະໝັກເຂົ້າຮັບການຝຶກອົບຮົມ
ສູນຝຶກອົບຮົມຄູຝຶກຫຼັກໃນລະດັບພູມີພາກ (Boot Camp) ຈະຈັດຝຶກອົບຮົມຄູພາສາອັງກິດລຸ້ນລະ 75 ຄົນ ໂດຍມີການດຳເນີນການ ດັ່ງນີ້
- ສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ແຈ້ງການຈັດສັນໂຄຕ້າຄູຜູ້ສອນພາສາອັງກິດທີ່ເຂົ້າຮັບການຝຶກອົບຮົມໃຫ້ສຳນັກງານເຂດພື້ນທີ່ການສຶກສາ ຫຼື (ສຶກສາແຂວງ).
- ສຳນັກງານເຂດພື້ນທີ່ການສຶກສາ ສັນຫາຄູຜູ້ສອນພາສາອັງກິດຕາມໂຄຕ້າ ແລະ ຜູ້ທີ່ມີຄຸນສົມບັດຕາມເກນທີ່ກຳນົດ, ສົ່ງລາຍຊື່ໄປໃຫ້ສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ແລະ ສູນຝຶກອົບຮົມຄູພາສາອັງກິດໃນລະດັບພູມີພາກ. (Boot Camp) ເຂົ້າຮັບການຝຶກອົບຮົມ.
- ການຕິດຕາມ ແລະ ການປະເມີນຜົນ
- ວິທະຍາກອນຊາວຕ່າງປະເທດ (Trainers) ປະເມີນຄູຜູ້ເຂົ້າຮັບການຝຶກອົບຮົມເປັນລາຍບຸກຄົນໃນດ້ານຄວາມສາມາດທາງພາສາອັງກິດ ແລະ ຄວາມສາມາດທາງການສອນ ໂດຍໃຊ້ເຄື່ອງມືທີ່ຫຼາກຫຼາຍ ທັງແບບສັງເກດ, ແບບປະເມີນ, ແລະ ການສອນຕົວຈິງ ໃນລະຫວ່າງການຝຶກອົບຮົມ.
- ພາຍຫຼັງການຝຶກອົບຮົມ 1 ເດືອນ ສູນຝຶກອົບຮົມຄູຝຶກຫຼັກພາສາອັງກິດໃນລະດັບພູມີພາກ (Boot Camp) ຈະເຊີນຄູທີ່ຜ່ານການຝຶກອົບຮົມ ເພື່ອຕິດຕາມຜົນ. ພາຍຫຼັງການຝຶກອົບຮົມຂອງແຕ່ລຸ້ນ (Follow on) ຈຳນວນລຸ້ນລະ 2 ວັນ ເພື່ອໃຫ້ຄູຜູ້ສອນພາສາອັງກິດທີ່ຜ່ານການຝຶກອົບຮົມຄູຝຶກຫຼັກພາສາອັງກິດໃນລະດັບພູມີພາກ (Boot Camp) ທີ່ໄດ້ນຳຄວາມຮູ້ ຈາກການຝຶກອົບຮົມໄປຈັດກິດຈະກຳການຮຽນ-ການສອນໃນຊັ້ນຮຽນຂອງຕົນເອງ. ແລ້ວ 1 ເດືອນ ສະທ້ອນຜົນທີ່ເກີດຈາກການນຳຄວາມຮູ້ຈາກການຝຶກອົບຮົມໄປໃຊ້ກັບນັກຮຽນໃນຫ້ອງຮຽນ ບັນຫາ, ອຸປະສັກ, ແລະ ການແກ້ບັນຫາ, ຂໍ້ສະເໜີແນະນຳ, ຫຼື ຜົນທີ່ເກີດຂື້ນກັບນັກຮຽນ.
- ພາຍຫຼັງການຝຶກອົບຮົມ 1 ປີ ຄູຜູ້ສອນພາສາອັງກິດທີ່ຜ່ານການຝຶກອົບຮົມຈາກສູນຝຶກອົບຮົມຄູຝຶກຫຼັກພາສາອັງກິດໃນລະດັບພູມີພາກ (Boot Camp) ສົ່ງແຜນການສອນທີ່ໃຊ້ໃນການສອນຕົວຈິງ ໂດຍໃຊ້ຮູບແບບທີ່ໄດ້ຈາກການຝຶກອົບຮົມ ເຊັ່ນ ວີດີໂອ ຫຼື ຄລິບການສອນໃນຫ້ອງຮຽນ ໃຫ້ກັບສຶກສານິເທດພາສາອັງກິດປະຈຳເຂດພື້ນທີ່ການສຶກສາເພື່ອນິເທດຕິດຕາມໃຫ້ຂໍ້ສະເໜີແນະນຳ ແລະ ໃຫ້ການຊ່ວຍເຫຼືອ.
- ໜ່ວຍງານສຶກສານິເທດ ສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ກະຊວງສຶກສາທິການ ຫຼື ໜ່ວຍງານທີ່ໄດ້ຮັບການມອບໝາຍ ລົງພື້ນທີ່ດຳເນີນການຕິດຕາມເພື່ອປະເມີນຜົນການຝຶກອົບຮົມ ແລະ ສຶກສາການປ່ຽນແປງພຶດຕິກຳການຈັດການຮຽນ-ການສອນຂອງຜູ້ເຂົ້າຮັບການຝຶກອົບຮົມ.
